ກະຊວງການໄດ້ເປີດໂທລະສັບສາຍດ່ວນແລ້ວ ພຽງກົດໝາຍເລກ 1519 ຢ່າງເປັນທາງການ ເພື່ອຮັບຄຳສະເໜີ, ຄຳຖາມ, ຄຳຂ້ອງ ໃຈ ແລະ ອື່ນໆ ດັ່ງນັ້ນຈຶ່ງຂໍແຈ້ງມາຍັງ ອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ ແລະພໍ່ແມ່ປະຊາຊົນ ທຸກຊັ້ນຄົນ, ສ່ວນການຊີ ແຈ້ງໂທລະສັບສາຍດ່ວນ ຄໍາຄິດເຫັນຂອງແຕ່ລະທ່ານ ສາມາດຮັບຊົມທາງລາຍການ ການເງິນການພັດທະນາ ຊ່ອງໂທລະພາບກະ ຊ່ວງປ້ອງກັນຄວາມສະຫງົບ ເວລາອອກອາກາດ ທຸກໆວັນສຸກເວລາ 20:30-21:00 ແລະ ວັນເສົາເວລາ 7:00-7:30 ແລະ ຮັບຟັງໄດ້ ຜ່ານລາຍການ ການເງິນການພັດທະນາວິທະຍຸຄື້ນຄວາມຖີ່ FM105,5 MHz ຊຶ່ງອອກອາກາດທຸກວັນອັງຄານ, ພະຫັດ ແລະ ເສົາ ເວລາ 12:30-13:00 ແລະ ໜັງສືພີມການເງິນປະຈຳອາທິດຂອງກະຊວງການເງິນ, ໜັງສືພີມວຽງຈັນໄໝ່, ໜັງສືພີມປະຊາຊົນ, ໜັງສືພີມປະເທດລາວ ແລະ ໜັງສືພີມລາວພັດທະນາ.
ດັ່ງນັ້ນຈຶ່ງແຈ້ງມາຍັງທ່ານເພື່ອຊາບ ຫົວໜ້າຫ້ອງການກຊວງການເງິນ
ສົມບູນ ອິນທະປັດຖາ
ຂອບໃຈຂໍ້ມູນດີໆ ຈາກ www. Pakaad.com