ປະຫວັດຂອງບຸນປີໃໝ່ລາວ ແລະ ການແຫ່ນາງສັງຂານ

ໃນສະໄໝພຸດທະການ ມີລູກຊາຍເສດຖີຄົນຫນື່ງຊື່ວ່າ ທຳມະບານກຸມມານ ຮຽນຈົບໄຕເພດ ໂຫລາສາດ ຊູສາດ ແລະ ພາສາສາດ ມີຄວາມຮູ້ເໜືອມະນຸດທັງປວງ ຮູ້ຮອດພາສາສັດຕ່າງໆ ລວມທັງພາສານົກ ຄວາມເກັ່ງກ້າສາມາດ ຂອງ ທຳມະບານກຸມມານ ໄດ້ຊ່າລືໄປເຖິງພະຍາພົມຢູ່ບົນສະຫວັນ ໃນຕອນນັ້ນມີພະຍາພົມອົງຫນື່ງທີ່ເປັນເຈົ້າແຫ່ງພົມ ແລະ ເທວະດາຟ້າແຖນທັງຫລາຍ ຊື່ວ່າພະຍາກາບິນລະພົມ ຄິດຢາກລອງຄວາມຮູ້ຂອງທຳມະບານກຸມມານ ຈິ່ງເຫາະລົງມາ ສູ່ໂລກ ໄປພົບທຳມະບານກຸມມານ ຢູ່ຫໍຜາສາດຊັ້ນທີ 7 ພະຍາກາບິນລະພົມ ໄດ້ຕັ້ງຄຳຖາມສາມຂໍ້ລາສີຂອງຄົນ ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງຢູ່ໃສ? ເວົ້າແລ້ວກໍພັດນັດຫມາຍກັບທຳມະບານກຸມມານວ່າ ອີກ 7 ວັນ ຈະລົງມາເອົາຄຳຕອບ ຖ້າຕອບບໍ່ໄດ້ ທຳມະບານກຸມມານ ຈະຖືກຕັດຄໍ ຖ້າຫາກຕອບຖືກພະຍາກາບິນລະພົມ ຈະຍອມ ໃຫ້ຕັດຄໍຂອງຕົນ ເວົ້າແລ້ວກໍເຫາະຂື້ນສູ່ສະຫວັນ ເພື່ອສະເຫວີຍຄວາມສຸກທີ່ມີນາງນັກສະຫນົມກົມມະວົງ ນັບພັນ ນັບຫມື່ນຢູ່ອ້ອມຂ້າງ.
ຫລັງຈາກພະຍາກາບິນລະພົມ ກັບເມືອແລ້ວ ທຳມະບານກຸມມານ ກໍຄິດຄົ້ນຫາລາສີຂອງຄົນຢູ່ໃສໃນແຕ່ລະເວລາ ຕາມທີ່ ກາບິນລະພົມຕັ້ງບັນຫາໄວ້ ຄຳພີດີກາມີຢູ່ໃສ ກໍຊອກຄົ້ນຫມົດກໍບໍ່ມີຢູ່ບ່ອນໃດທີ່ໃຫ້ຄຳຕອບ ຄົ້ນຄິດທັງເວັນ ແລະ ຄືນ ຈົນບໍ່ໄດ້ຢູ່ໄດ້ກິນ ຕົນໂຕຈ່ອຍຜອມລົງຊັກໄຊ້ ກໍຊອກບໍ່ເຫັນຢູ່ບ່ອນໃດ ເມື່ອຮູ້ໂຕວ່າຈະຖືກຕັດຄໍຢ່າງແນ່ນອນແລ້ວ ຈິ່ງຕັດ ສິນໃຈເປັນຄັ້ງສຸດທ້າຍວ່າ ຕົນເປັນລະດັບນັກປາດມີຊື່ສຽງດົງດັງໄປທົ່ວໂລກຈະຍອມໃຫ້ຕັດຄໍໃຫ້ເສຍຊື່ເຮັດຫຍັງ ແຫນງສູ້ ໄປຕາຍເອງດີກວ່າ.
ໃນເວລານັ້ນ ເປັນມື້ທີ 6 ຕາເວັນພໍຈະຕົກດິນ ທຳມະບານກຸມມານກໍພາຮ່າງກາຍອັນຈ່ອຍຜອມຍ່າງໂຊເຊລົງຈາກຜາສາດ ມຸັງຫນ້າເຂົ້າປ່າ ເມື່ອຮູ້ສຶກວ່າຈະຍ່າງບໍ່ໄຫວຈິ່ງໂຍບນັ່ງລົງທີ່ຕົ້ນຕານຕົ້ນຫນື່ງ ເພື່ອລໍຖ້າເວລາການສິ້ນລົມຫາຍໃຈຢູ່ທີ່ນັ້ນ ແຕ່ສະຫວັນເປັນໃຈ ຢູ່ເທິງຕານຕົ້ນນັ້ນ ມີນົກອິນຊີສອງຜົວເມຍອາໄສຢູ່ ໃນຍາມນັ້ນເປັນຍາກເດີກງຽງສະຫງັດ ນົກອິນຊີ ສອງຜົວເມຍໄດ້ລົມກັນເລື່ອງການໄປຫາກິນໃນມື້ອື່ນນົກໂຕເມຍໄດ້ຖາມວ່າ ມື້ອື່ນຈະໄປຫາກິນທາງໃດ? ຜົວກໍ່ຕອບວ່າ ມື້ອື່ນບໍ່ຕ້ອງໄປໃສດອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ລະ ໂຕເມຍຖາມຂື້ນວ່າ ມີມະນຸດຢູ່ໃສມາໃຫ້ພວກເຮົາກິນ? ນົກໂຕຜົວ ໄດ້ຕອບວ່າ ພະຍາກາບິນລະພົມ ຈະລົງມາຕັດຄໍ ທຳມະບານກຸມມານ ແລ້ວພວກເຮົາຊິໄດ້ກິນຊີ້ເຂົາ ນົກໂຕເມຍເວົ້າຂື້ນວ່າ ໄປຕັດຄໍເຂົາເຮັດຫຍັງ? ຜົວ ຕັດລະບໍ ແນວວ່າຕອບບັນຫາເພີ່ນບໍ່ໄດ້ ເມຍຖາມບັນຫາມີແນວໃດ? ຍາກແທ້ຫວະ? ຜົວມັນຊິຍາກຫຍັງ! ແຕ່ທຳມະບານກຸມມານຮຽນບໍ່ເຖິງກໍເລີຍຕອບບໍ່ໄດ້ ເພີ່ນຖາມວ່າສີລິຄົນຢູ່ໃສໃນຍາມເຊົ້າ ຍາມສວາຍ ແລະ ຍາມແລງ ເມຍຖາມຕື່ມວ່າ ຄັນຊັ້ນເຈົ້າຮູ້ບໍ່ວ່າທັງສາມເວລານັ້ນ ສີລິຂອງຄົນຢູ່ໃສ ຜົວກໍເວົ້າວ່າເປັນຫຍັງຊິບໍ່ຮູ້ງ່າຍຊິ ຕາຍ ເມຍ ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ ຜົວ ເວົ້າບໍ່ໄດ້ ເດີກດື່ນແລ້ວນອນສາກ່ອນ ເມຍ ບໍ່!ບໍ່! ຄັນເຈົ້າບໍ່ເວົ້າໃຫ້ຟັງ ຂ້ອຍຊິກັ້ນໃຈຕາຍປະເຈົ້າ ຜົວຂີນຄຳເມຍບໍ່ໄດ້ ກໍເລີຍເວົ້າອອກວ່າ: “ຕອນເຊົ້າສີລິຂອງຄົນຢູ່ທີ່ຫນ້າ ຄົນຈິ່ງມັກສວ່າຍຫນ້າ ລ້າງຕາ, ຕອນສວາຍຢູ່ຫນ້າເອີກຄົນເຮົາ ຈິ່ງມັກເອົານ້ຳລູບຫນ້າເອີກ ຫລື ລ້າງຕົນໂຕເລົາຄີງ, ສ່ວນຕອນແລງສີລິຢູ່ທີ່ ຕີນ ຄົນ ຈິ່ງມັກລ້າງຕີນກ່ອນເຂົ້ານອນ.
ດັ່ງໄດ້ກ່າວໃນຕອນຕົ້ນແລ້ວ ທຳມະບານກຸມມານ ຮູ້ພາສານົກ ດັ່ງນັ້ນ ຄຳສົນທະນາ ຂອງສອງຜົວເມຍນົກອິນຊີປຽບເຫມືອນສິ່ງສັກສິດ ຊ່ວຍໃຫ້ທຳມະບານກຸມມານລອດຄວາມຕາຍຢ່າງປະຕິຫານ ເຂົາຟ້າວ ລຸກຈາກຮົ່ມຕານແລ່ນກັບຄືນຫໍຜາສາດ ດ້ວຍຄວາມສຸກໃຈຫາອັນປຽບບໍ່ໄດ້ ເຊົ້າຕໍ່ມາແມ່ນວັນຖ້ວນ 7 ພະຍາກາບິນລະພົມ ກໍລົງມາເອົາຄຳຕອບຕາມການນັດຫມາຍ ເມື່ອໄດ້ຟັງຄຳຕອບຂອງທຳມະບານກຸມມານ ກໍເຮັດໃຫ້ພະຍາກາບິນລະພົມ ຕົກ ສະທ້ານຢ່າງໃຫຍ່ ແຕ່ຊິເຮັດແນວໃດ ໃນເມື່ອຕົນໄດ້ເອີ່ຍປາກໃຫ້ຄຳຫມັ້ນສັນຍາ ທ້າພະນັນຂັນຕໍ່ ໃຫ້ຕັດຄໍກ່ອນ ຈິ່ງຍອມ ໃຫ້ຕັດຄໍຂອງຕົນ ເພື່ອບໍ່ໃຫ້ເສຍສັດຈະທີ່ໄດ້ໃຫ້ໄວ້ ກັບມະນຸດຜູ້ຫນຸ່ມນ້ອຍຄົນນີ້.
ພະຍາກາບິນລະພົມ ມີລິດເດດເກັ່ງກ້າ ເຫນືອກວ່າເທວະດາ ແລະ ມະນຸດທັງປວງ ຖ້າຫົວ ແລະ ເລືອດລົງດິນກໍຈະເກີດ ໄຟມະໄລກັນໄຫມ້ໂລກທັງໂລກ ຖ້າໂຍນຫົວຂື້ນສູ່ເວຫາກໍຈະໄຫມ້ອາກາດ ເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງ ໝົດອາກາດຫາຍໃຈ ຖ້າໂຍນຫົວລົງນ້ຳ ກໍຈະເຮັດໃຫ້ແມ່ນ້ຳຄົງຄາ ມະຫາສະຫມຸດແຫ້ງຂອດ ເກີດເປັນໄພແລ້ງຂົມຂູ່ ຕໍ່ມວນມະນຸດທົ່ວໂລກ ດັ່ງນັ້ນ ເພື່ອຊ່ວຍໃຫ້ມວນມະນຸດພົ້ນຈາກໄພພິບັດ ກ່ອນຈະຖືກຕັດຄໍ ພະຍາກາບິນລະພົມ ຈິ່ງເອີ້ນ ເອົາລູກສາວທັງ 7 ຄົນ ມາພົບ ເປັນການດ່ວນ (ລູກສາວ 7 ຄົນແມ່ນແທນໃຫ້ 7 ວັນ ໃນອາທິດຫນື່ງ) ຄື:
1. ນາງ ສະເທວີ (ວັນອາທິດຂີ່ຄຸດ),
2. ນາງ ໂຄລະຄະເທວີ (ວັນຈັນຂີ່ເສືອ),
3. ນາງ ຮາກສະເທວີ (ວັນອັງຄານຂີ່ຫມູ),
4. ນາງ ມົນທາເວທີ (ວັນພຸດຂີ່ມ້າລໍ),
5. ນາງ ກິລິນີ ເທວີ (ວັນພະຫັດ ຂີ່ຊ້າງ),
6. ນາງ ກິມີຫາເທວີ (ວັນສຸກ ຂີ່ຄວາຍ),
7. ນາງ ມະໂຫທອນ ເທວີ (ວັນເສົາ ຂີ່ນົກຍູງ),
ເມື່ອທັງ 7 ນາງ ພ້ອມຫນ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາຖາດຄໍາ
ມາຮອງຮັບບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຈາກນັ້ນ ໃຫ້ຫອບໄວ້ ຢູ່ໃນຖ້ຳເຂົາສຸເມນໂນລາດ ເມື່ອເຖິງເດືອນຫ້າຟ້າລ່ວງ ຫລື ກຸດສົງການປີໃດ ຖ້າສັງຂານລ່ວງຖືກມື້ໃດ ໃຫ້ລູກສາວປະຈຳວັນນັ້ນ ( ຫລື ນາງສັງຂານ) ຂີ່ສັດພາຫະນະຂອງຕົນ ໄປແຫ່ເອົາຫົວພໍ່ອອກຈາກຖ້ຳ ເພື່ອຫົດສົງ ສວ່າຍລ້າງ ດ້ວຍນ້ຳອົບນ້ຳຫອມໃຫ້ສະອາດ ແລ້ວນຳໄປໄວ້ບ່ອນເກົ່າ ຍ້ອນແນວນັ້ນເອງ ເມື່ອຮອດກຸດສົງການປີໃຫມ່ ແຕ່ລະປີປະຊາຊົນລາວພວກເຮົາຈິ່ງເອົານ້ຳອົບ ນ້ຳຫອມ ຫລື ນ້ຳດອກໄມ້ ໄປຫົດສົງພະພຸດທະຮູບ, ຫົດສົງ ພໍ່ແມ່ເຖົ້າແກ່ ຄູບາອາຈານ ແລະ ຍາດຕິພີ່ນ້ອງ ເພື່ອນຝູງ ເພື່ອຄວາມເປັນສິລິມົງຄຸນ ສືບຕໍ່ກັນມາຈົນເຖິງປັດຈຸບັນ.
ຖືຕາມເທບນິຍາຍນີ້ ຊາວເມືອງຫລວງພະບງ ກ່ອນກຸດສົງການຈະມາເຖິງ ຈິ່ງມີການເລືອກເອົານາງສາວ ທີ່ຍັງ
ເປັນຍິງ ພົມມະຈັນ ທີ່ງາມກວ່າໝູ່ ມີຄຸນສົມບັດດີກວ່າໝູ່ຂື້ນເປັນນາງສັງຂານ ແລະ ໃຫ້ຂື້ນນັ່ງຢູ່ເທິງລົດໃນຍາມແຫ່ຫວໍ່ ນາງສັງ ຂານ ຄົນນີ້ຈະຄອງຕຳແຫນ່ງເປັນເວລາ 1 ປີ ຈົນເຖິງກຸດສົງການຮອບໃຫມ່ກໍເລືອກເອົານາງສັງຂານຄົນໃຫມ່ ແລະ ປະເພນີນີ້ໄດ້ປະຕິບັດເປັນປະຈຳໃນແຕ່ລະປີ.
ເທບນິຍາຍພະຍາກາບິນລະພົມ ແລະ ທຳມະບານກຸມມານ ເປັນປິດສະຫນາຂອງຄົນບູຮານ ທີ່ສອນໃຫ້ພວກເຮົາຮັກສາ ສິ່ງແວດລ້ອມເອົາໄວ້ບໍ່ໃຫ້ຖືກທຳລາຍ ເພື່ອຮັກສາສະມາດູນຂອງທຳມະຊາດ ຫົວຂອງກາບິນລະພົມ ກໍຄືປ່າໄມ້ລຳເນົາໄພ ເລືອດກໍຄືສາຍນ້ຳ ຖ້າປ່າໄມ້ລຳເນົາໄພຖືກທຳລາຍ ແຫລ່ງນ້ຳກໍຈະເຫືອດແຫ້ງ ເກີດແຫ້ງແລ້ງໄປທົ່ວ ເຫມືອນໄຟມະໄລ ໄໝ້ ໂລກນັ້ນເອງ ໃນເມື່ອເກີດແຫ້ງແລ້ງ ການຜະລິດກະສິກຳກໍບໍ່ໄດ້ ຄວາມອິດຢາກກໍເກີດຂື້ນ ເປັນໄພຂົ່ມຂູ່ມວນມະນຸດ ຢ່າງຮ້າຍແຮ້ງ ສ່ວນທຳມະບານກຸມມານ ປຽບເຫມືອນຜູ້ປົກປັກຮັກສາ

ສິ່ງແວດລ້ອມທຳມາບານ ພາສາບາລີ ແປວ່າ “ຜູ້ຮັກສາໄວ້ຊຶ່ງທຳນັ້ນເອງ.”

ປະຫວັດຂອງບຸນປີໃໝ່ລາວ ແລະ ການແຫ່ນາງສັງຂານ
……………………………………………………
ຮິບໂຮມໂດຍ: ອຸທົງ ມະນິວົງ
ຂອບໃຈຂໍ້ມູນຈາກ: http://www.tholakhong.com
Posted in ທົ່ວໄປ and tagged , .