ທີມງານພວກເຮົາມີຄວາມເປັນຫ່ວງຕໍ່ກັບສະພາບດິນຂອງທ່ານ ແລະ ໄດ້ສະເໜີວິທີດີໆ ໃຫ້ແກ່ສະມະຊິກ ຫຼື ຜູ້ສົນໃຈຕໍ່ກັບກວດ ກາເຕັກນິກລົດ ຫຼື ກຽມຄວາມພ້ອມລົດກ່ອນອອກເດີນທາງ ໃນເທດສະການບຸນປີໃໝ່ປີນີ້ເປັນການພັກຍາວ ຫຼາຍຄົນ ຫຼື ຫຼາຍ ຄອບຄົວມີແຜນທີ່ຈະເດີນ ທາງທ່ຽວຕ່າງແຂວງເພື່ອພັກຜ່ອນ ແລະ ຜ່ອນຄາຍສະໝອງຈາກການເຮັດວຽກໜັກໃນຕົ້ນປີ ຫຼື ຫຼາຍໆຄົນອາດຈະເດີນທາງໄປ ຢ້ຽມຢາມຄອບຄົວ ແລະ ສ່ວນຫຼາຍກໍ່ເດີນທາງດ້ວຍລົດເປນສ່ວນຫຼາຍ ເລື່ອງໜຶ່ງທີ່ຂາດບໍ່ໄດ້ ແມ່ນສະພາບເຕັກນິກຂອງລົດ ເພື່ອ ໃຫ້ການເດີນທາງປອດໄພ ແລະ ຮັບປະກັນລົດແພກາງທາງ.
- ກວດຂອງແຫຼວໃນເຄື່ອງຈັກ
ກວດຂອງແຫຼວໃນເຄື່ອງຈັກທີ່ສຳຄັນ ເຊັ່ນ: ນ້ຳມັນເຄືອງ, ນ້ຳມັນເກຍ, ນ້ຳມັນພວງມະໄລພາວເວີ, ນ້ຳມັນເບກ, ນ້ຳກັ່ນໝໍ້ໄຟ, ນ້ຳຫຼໍ່ເຢັນໃນໝໍ້ນ້ຳ ແລະ ຖັງພັກນ້ຳ, ນ້ຳສີດແວ່ນລົດ ຕ້ອງໃຫ້ຢູ່ໃນເກນປົກກະຕິ ກ່ອນເດີນທາງ.
- ກວດສະພາບຢ່າງລົດ
ຄວນກວດສອບຄວາມດັນຂອງລົມຢ່າງທຸກກົງໃຫ້ພໍດີ ພ້ອມນີ້ຕ້ອງເຊັກດອກຢ່າງຕ້ອງບໍ່ໜ້ອຍກວ່າ 3 ມີນລີແມັດ, ກວດສອບ ຮອຍສີກ, ບວມເທິງຢ່າງ ທາງທີ່ດີຄວກວດສອບສະພາບແກ້ມຢ່າງດ້ານໃນດ້ວຍ.
- ກວດເຊັກລະບົບຊ່ວງລາງ
ສາມາດເຊັກໄດ້ງ່າຍໆ ດ້ວຍການຖິ້ມນ້ຳໜັກຕົວລົງເປັນບໍລິເວນພາຍໃນລົດທັງ 4 ມູມ ຫາກໂຊບອັບຍັງຢູ່ໃນສະພາບດີ ລົດຈະເດັງ ຂຶ້ນມາແລ້ວຢຸດທັນທີີ (ຫາກລອງຟັງສຽງຈະມີສຽງ ຟິ້ດຄ່ອຍໃນຈັ່ງຫວະ ຍືດ-ຍຸບ ສະແດງວ່າຢູ່ໃນສະພາບດີ) ແຕ່ຖ້າຫາກໂຊບອບ ເຊື່ອມສະພາບລົດະເກີດອາການເດັງຕໍ່ເນື່ອງຫຼາຍຄັ້ງກວ່າຈະຢຸດ ທາງທີ່ດີຄວນຮີບປ່ຽນກ່ອນເດີນທາງໄກ ເນື່ອງຈາກມີຜົນຕໍ່ປະ ສິດທິພາບການເກາະຖະໜົນໂດຍກົງ
- ກວດສອບອຸປະກອນແສງສະຫວ່າງ
ເຊັກອຸປະກອນແສງສະຫວ່າງທັງພາຍໃນ ແລະ ພາຍນອກທຸກຈຸດ ບໍ່ວ່າຈະເປັນໄຟໜ້າ, ໄຟຫຼັງ, ໄຟລ້ຽວ, ໄຟເບກ ລວມທັງໄຟເບກ ດວງທີ່3 ຫາກຫຼອດໃດຂາດຄວນຮີຍປ່ຽນໂດຍທັນທີ ສາມາດຊື້ອາໄຫຼ່ ຕາມຮ້າຍຂາອາໄຫຼ່ທົ່ວໄປ ມາປ່ຽນເອງໄດ້ເລຍ
- ກວດສອບສຽງຜິດປົກກະຕິ ຫຼື ບໍ່?
ກວດສອບໃຫ້ແນ່ໃຈວ່າລົດບໍ່ມີສຽງຜິດປົກກະຕິິ ທັງຂະນະທີ່ເປີດແອ ແລະ ເລັງເຄື່ອງ ຊຶ່ງສຽງທີ່ພົບຕະຫຼອດມັກເປັນສຽງຂອງສາຍພານທີ່ເກີດການເສື່ອມສະພາບ ຈົນມີສຽງດັງອີ້ດໆ ຈາກຫ້ອງເຄື່ອງໃນຂະນະເລັ່ງເຄື່ອງ ລວມເຖິງຕ້ອງບໍ່ມີສຽງດັ່ງຈາກເບກ ຊຶ່ງບົງບອກວ່າຝາເບີກໃກ້ໝົດ ຫາກມີສຽງຜິດປົກກະຕິເຫຼົ່ານີ້ຄວນຮີບແກ້ໄຂທັນທີ
- ກວດສອບວັນໝົດອາຍຸຂອງເອກະສານລົດ
ຄວນກວດສອບວັນໝົດອາຍຸຂອງເອກະສານລົດ ເຊັ່ນ: ໃບກວດກາເຕັກນິກ, ເສຍຄ່າທາງ,ໃບຂັບຂີ່ ແລະ ປະກັນໄພ ໃຫ້ດີເສຍ ກ່ອນອອກເດີນທາງ ແລະ ຄວນທຳຄວາມເຂົ້າໃຈເງື່ອນໄຂຂອງປະກັນໄພທີ່ຊື້ໄວ້ໃຫ້ດີ.
- ກວດສອບອຸປະກອນຈຳເປັນທີ່ຕິດລົດ
ຫາກເກີດເຫດສຸກເສີນຍາມຢູ່ຕ່າງຖິ່ນທີ່ບໍ່ຄຸ້ນເຄີຍ ການພິ່ງຕົວເອງໃຫ້ໄດ້ກ່ອນຖືເປັນສິ່ງທີ່ດີທີ່ສຸດ ດັ່ງນັ້ນຈຶ່ງຄວນຫາອຸປະກອນ ຕິດລົດ ເພື່ອໄວ້ສຳລັບຍາມສຸກເສີນ ບໍ່ວ່າຈະເປັນ ສາຍແກ່ລາກ, ສາຍພ່ວງໝໍ້ໄຟ, ນ້ຳສະອາດ (ເພື່ອກໍລະນີຕ້ອງເຕີມໝໍ້ນ້ຳ), ປ້າຍ ເຕືອນສະທ້ອນແສງ ລວມເຖິງໄຟສາຍນ້ອຍໆ ຕິດລົດໄວ້ ເປັນຕົ້ນ.
- ເກີມຄວາມພ້ອມຂອງຜູ້ຂັບຂີ່
ສິ່ງສຳຄັນທີ່ສຸດນອກເໜືອຈາກສະພາບທີ່ສົມບູນ ກໍຄືຄວາມພ້ອມຂອງຜູ້ຂັບຂີ່ເອງ ທາງທີ່ດີຄວນພັກຜ່ອນນອນ ຫຼັບໃຫ້ພຽງພໍ ກ່ອນອອກເດີນທາງ ອາດກຽມນ້ຳ, ຂະນົມ, ລູກອົມ, ໄວ້ກິນຫຼິ້ນລະຫວ່າງທາງ ຫາກຮູ້ສຶກງ່ວງກໍ່ຄວນປ່ຽນຄົນຄັບ ຫຼື ແວະປ້ຳລ້າງ ໜ້າລ້າງຕາກ່ອນເດີນທາງຕໍ່ໄປ.
ແຫຼ່ງທີ່ມາhttps://streetuseinfo.com